ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງ​ປະຊຸມ​ນັກ​ຂ່າວ​ໂລກ 2024
ປຶກສາ​ຫາລື​ກ່ຽວ​ກັບ ​ສິ່ງ​ທ້າ​ທາຍ​ຈາກ AI ຕໍ່​ອະນາຄົດ​ຂອງ​ຂະແໜງ​ສື່​ມວນ​ຊົນ


     ສຳນັກ​ຂ່າວສານ​ຫວຽດນາມ ລາຍ​ງານ​ໃນ​ວັນ​ທີ 23 ເມສາ 2024 ນີ້​ວ່າ: ກອງ​ປະຊຸມ​ນັກ​ຂ່າວ​ໂລກ 2024 ຈັດ​ຂຶ້ນ​ໂດຍ​ສະມາ
ຄົມ​ນັກ​ຂ່າວ ສ ເກົາຫຼີ, ດ້ວຍ​ຫົວຂໍ້ “ບົດບາດ​ຂອງ​ສື່​ມວນ​ຊົນ​ໃນ​ການ​ລົງ​ຂ່າວ ກ່ຽວ​ກັບ​ສົງຄາມ ແລະ ເຕັກ​ໂນ​ໂລ​ຊີ​ປັນຍາ​ປະດິດ (AI)
ແລະ ອະນາຄົດ​ຂອງ​ຂະແໜງ​ສື່​ມວນ​ຊົນ”, ໄດ້​ດຳເນີນ​ຢູ່ ນະຄອນຫຼວງ ເຊອູນ ສ ເກົາຫຼີ ໃນ​ລະຫວ່າງ​ວັນ​ທີ 22–26 ເມສາ​ນີ້. ກອງ
ປະຊຸມ​ປີ​ນີ້ ມີ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ຂ່າວ 52 ຄົນ​ທີ່​ມາ​ຈາກ 47 ປະເທດ​ໃນ​ໂລກ.

     ໃນ​ໄລຍະ​ດຳເນີນ​ກອງ​ປະຊຸມ, ນອກຈາກ​ບັນດາ​ວາລະ​ປຶກສາ​ຫາລື​ແບ່ງປັນ​ວິຊາ​ການ, ທັກ​ສະ​ໃນ​ການ​ເຮັດ​ຂ່າວ ແລະ ພິເສດ​ແມ່ນ​
ອະນາຄົດ​ຂອງ​ສື່​ມວນ​ຊົນ ຕໍ່ໜ້າ​ສິ່ງ​ທ້າ​ທາຍ​ທີ່​ມາ​ຈາກ AI ແລະ ແຊັດ​ບອດ ແລະ ແຊັດ​ຈີ​ພີ​ທີ (chatbot ChatGPT), ສັນຕິພາບ​
ໂລກ ແລະ ວິທີ​ການ​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍ​ທົ່ວ​ໂລກ, ບັນດາ​ນັກ​ຂ່າວ​ໄດ້​ລອງ​ນຳ​ໃຊ້​ບັນດາ​ເຕັກ​ໂນ​ໂລ​ຊີ​ທີ່​ກ້າວໜ້າ ແລະ ກະແສ​ວັດທະ
ນະທຳ ສ ເກົາຫຼີ. ນອກ​ນັ້ນ, ບັນດາ​ນັກ​ຂ່າວ ກໍ່​ໄດ້​ໄປ​ທັດສະນະ​ຢູ່​ບາງ​ນະຄອນ​ໃຫຍ່​ທີ່​ມີ​ຫຼາຍ​ທັດສະນີ​ຍະ​ພາບ ແລະ ດີເດັ່ນ​ກ່ຽວ​ກັບ​ເຕັກ​
ໂນ​ໂລ​ຊີ​ສີຂຽວ​ຄື: ຊູ​ວອນ (Suwon), ອານ​ຊານ (Ansan), ໂຢງ​ກິວ (Yongil) ແລະ ອິນ​ຊອນ (Incheon); ຢ້ຽມ​ຊົມ​ເຂດ​ປອດ​ການ​
ທະຫານ (DMZ)  ແລະ ໝູ່​ບ້ານ​ຢຸດ​ຍິງ (Panmujom).

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 25/04/2024